ຄິດຜິດ ແຕ່ບໍ່ມີໂອກາດໄດ້ຄິດໃຫມ່
ຕອນທີ່ຕັດສິນໃຈເລືອກຄະນະຮຽນຕໍ່ ບອກກັບຕົວເອງວ່າ ພໍແລ້ວກັບການຄຳນວນ ບໍ່ຢາກຢູ່ກັບມັນໄປຕະຫລອດຊີວິດ ເລີຍເລືອກຄະນະສະຖາປັດຕະຍະກຳສາດ ເຊິງໃນເວລານັ້ນລັງເລກັບ ຄະນະວິສະວະກຳສາດ, ຄວາມຈິງສະຖາປັດເອງກໍມີຄຳນວນຄືກັນ ແຕ່ມັນກໍພໍກະເທີນຮຽນ ຊ່ຳກັບບໍ່ໄດ້ຮຽນ.
ແລ້ວຈະເສຍດາຍເຮັດຫຍັງ ? ກໍໃນເມື່ອບໍ່ຢາກຮຽນຄຳນວນຢູ່ແລ້ວ… ມາຮູ້ສຶກເສຍດາຍກໍຕອນນີ້ແຫລະ ເຄີຍບອກວ່າບໍ່ຕ້ອງການມັນ ບໍ່ຢາກເຈັບຫົວອີກ ແຕ່ພໍຂາດມັນອີ່ຫລີແລ້ວ ກັບເບິ່ງເຫມືອນຄືວ່າຊີວິດຂາດອີ່ຫຍັງບາງຢ່າງໄປ… ຖ້າເລືອກໄດ້ອີກຄັ້ງ ຈະເລືອກວິສະວະ ຄະນະທີ່ຂຶ້ນຊື່ວ່າຍິງໃຫຍ່ທີ່ສຸດໃນມະຫາຯໄລ ໃນທົ່ວໂລກ.
ໃຜທີ່ໄດ້ອ່ານໄດຯນີ້ກໍ ຄິດໃຫ້ດີໆລະກັນ ເວລາທີ່ຕ້ອງການຢາກປະຕິເສດຫຍັງບາງຢ່າງໄປ ເຮົາຄິດວ່າເຮົາພໍແລ້ວກັບມັນ ແຕ່ພໍໄດ້ຂາດມັນອີ່ຫລີ ອາດຈະເຮັດໃຫ້ຮູ້ສຶກເສຍດາຍໃນພາຍຫລັງກໍເປັນໄດ້.
